ການແບ່ງແຍກເຊື້ອຊາດເປັນສິ່ງທີ່ຮັບບໍ່ໄດ້
ຖ້າທ່ານເຫັນຫຼືປະສົບພຶດຕິກຳແບ່ງແຍກເຊື້ອຊາດ, ຖືກຮາວີ ຫຼື ຖືກກຽດຊັງ, ຢ່າທົນກັບສິ່ງເຫຼົ່ານີ້; ໃຫ້ເວົ້າອອກມາ.
ຖ້າທ່ານຕົກເປັນເຫຍື່ອຂອງພຶດຕິກຳແບ່ງແຍກເຊື້ອຊາດ
- ຖ້າທ່ານຖືກທຳຮ້າຍຫຼືຖືກຂູ່ເຂັນດ້ວຍຄວາມຮຸນແຮງ, ໃຫ້ແຈ້ງຕຳຫຼວດ.
- ຖ້າບໍ່ມີຄວາມຮຸນແຮງມາກ່ຽວຂ້ອງ, ແລະເປັນການປອດໄພທີ່ທ່ານຈະກຳທຳ, ທ່ານອາດຈະຢາກຕົກລົງເລື່ອງນີ້ດ້ວຍຕົວທ່ານເອງໂດຍການຍົກປະເດັນນີ້ຂຶ້ນມາຖາມກັບບຸກຄົນຫຼືກຸ່ມຄົນທີ່ກ່ຽວຂ້ອງນັ້ນໂດຍຕົງ.
- ຖ້າການສອບຖາມກັນໂດຍຕົງຍັງບໍ່ແກ້ໄຂບັນຫາໄດ້, ຫຼືທ່ານຮູ້ສຶກບໍ່ສະບາຍໃຈໃນການກະທຳດັ່ງນັ້ນ, ທ່ານກໍສາມາດຍື່ນຄຳຮ້ອງຮຽນຂຶ້ນໄປຫາຄະນະກຳມາທິການສິດທິມະນຸດ (AHRC) ແຫ່ງ ອອສເຕຣເລັຍໄດ້.
- ເພື່ອຍື່ນຄຳຮ້ອງຮຽນກັບ AHRC, ໃຫ້ເຂົ້າໄປເບິ່ງ www.humanrights.gov.au/complaints ຫຼື ໂທຫາພະແນກສະໜອງຂໍ້ມູນແຫ່ງຊາດຂອງ AHRC ທີ່ເລກໂທ 1300 656 419 ຫຼື 02 9284 9888.
ພະລັງຂອງກຸ່ມຜູ້ຢືນເບິ່ງ
ເມື່ອຄົນໃດເຫັນພຶດຕິກຳແບ່ງແຍກເຊຶ້ອຊາດແລະເວົ້າຂັດອອກມາຢ່າງບໍ່ເຫັນພ້ອມກັບເລື່ອງນີ້, ມັນຈະເຮັດຜູ້ທີ່ຕົກເປັນເປົ້າຮູ້ສຶກວ່າມີຄົນຊ່ວຍອູ້ມຊູ, ແລະສາມາດເຮັດໃຫ້ບຸກຄົນທີ່ສະແດງການແບ່ງແຍກເຊື້ອຊາດພິຈາລະນາຄວາມປະພຶດຂອງຕົນຄືນ. ຢ່າເອົາຕົວທ່ານເອງເຂົ້າໄປສ່ຽງ. ແຕ່ວ່າ ຖ້າມັນປອດໄພທີ່ຈະເຮັດ, ໃຫ້ກ່າວຂັດອອກມາແລະຢືນຄຽງຂ້າງຜູ້ຕົກເປັນເຫຍື່ອ. ແມ່ນແຕ່ການທ່າທາງການເຄື່ອນໄຫວແບບທຳມະດາກໍອາດເປັນພະລັງຂຶ້ນມາໄດ້.
ຖ້າທ່ານເຫັນພຶດຕິກຳທີ່ແບ່ງແຍກເຊື້ອຊາດ ທ່ານອາດຈະ:
- ເວົ້າຂັດຂຶ້ນມາ — ເວົ້າອອກມາວ່າເປັນນີ້ການແບ່ງແຍກເຊື້ອຊາດ, ບອກໃຫ້ຜູ້ຂົ່ມເຫງຮູ້ວ່ານີ້ເປັນສິ່ງທີ່ບໍ່ຖືກຍອມຮັບ.
- ໃຫ້ການອູ້ມຊູແກ່ຜູ້ຕົກເປັນເຫຍື່ອ — ໃຫ້ຢືນຢູ່ຄຽງຂ້າງຜູ້ທີ່ຕົກເປັນເປົ້າແລະຖາມລາວວ່າລາວໂອເຄບໍ
- ເກັບກຳຫຼັກຖານ — ໃຫ້ອັດເອົາເຫດການໃສ່ໄວ້ໃນມືຖືຂອງທ່ານ, ຖ່າຍຮູບຂອງຜູ້ສະແດງການຂົ່ມເຫງຄົນອື່ນແລະລາຍງານຕໍ່ທາງການ.
ຄະນະກຳມາທິການມະນຸດສະຍະທຳແຫ່ງປະເທດອອສເຕຣເລຍໄດ້ມີຂໍ້ແນະນຳສຳລັບຜູ້ທີ່ຢືນເບິ່ງ, ໃຫ້ເຂົ້າໄປເອົາຂໍ້ມູນທີ່ https://itstopswithme.humanrights.gov.au/respond-racism
ການແບ່ງແຍກເຊື້ອຊາດແລະສິດທິຂອງທ່ານ
ຢູ່ໃນປະເທດອອສເຕຣເລັຍ ເປັນການຜິດກົດໝາຍທີ່ຈະເຮັດສິ່ງໃດໜຶ່ງໃນທີ່ສາທາຣະນະທີ່ກ່ຽວພັນກັບເຊື້ອຊາດ, ສີຜິວ, ສັນຊາດຫຼືເຜົ່າພັນ ຂອງບຸກຄົນຜູ້ໜຶ່ງຫຼືກຸ່ມໜຶ່ງເຊິ່ງມີແນວໂນ້ມວ່າຈະ ຮຸກຮານ, ດູຖູກ, ສ້າງຄວາມອັບອາຍ ຫຼື ຂູ່ເຂັນ. ຄວາມປະພຶດເຫຼົ່ານີ້ຖືກຈັດວ່າເປັນການກຽດຊັງເຊື້ອຊາດຜິວພັນ.
ຕົວຢ່າງຂອງການກຽດຊັງເຊື້ອຊາດ ອາດລວມມີ:
- ສົ່ງບົດຄວາມທີ່ຮຸກຮານເຊື້ອຊາດລົງອິນເຕີແນັດ, ເຊິ່ງລວມເຖິງ ອີຟໍຮຳ, ບລອັກ, ເວັບໄຊ້ເຄືອຂ່າຍໂຊຊຽນ ແລະ ເວັບໄຊ້ແບ່ງປັນວິດີໂອ
- ຂຽນຄຳເຫັນຫຼືລົງຮູບທີ່ຮຸກຮານເຊື້ອຊາດ ໃນໜັງສືພິມ, ວາລະສານ ຫຼື ເອກະສານພິມເຜີຍແພ່ຢ່າງອື່ນເຊັ່ນ ເຈັ້ຍພັບຫຼືໃບປິວ
- ກ່າວຄຳປາໄສທີ່ຮຸກຮານເຊື້ອຊາດ ທີ່ບ່ອນລະດົມພົນຊຸມນຸມໃນທີ່ສາທາຣະນະ
- ການກ່າວອອກຄຳເຫັນທີ່ຮາວີເຊື້ອຊາດ ໃນທີ່ສາທາຣະນະ, ເຊັ່ນທີ່ ຮ້ານຄ້າ, ບ່ອນເຮັດວຽກ, ສວນ, ເທິງພາຫະນະໂດຍສານສາທາຣະນະ ຫຼື ທີ່ໂຮງຮຽນ
- ການກ່າວອອກຄຳເຫັນທີ່ຮາວີເຊື້ອຊາດ ໃນວາລະແຂ່ງຂັນກິລາ ໂດຍນັກກິລາ, ຜູ້ຊົມ, ຄູຝຶກ ຫຼື ເຈົ້າໜ້າທີ່.
ກົດໝາຍໄດ້ແນໃສ່ຄວາມສົມດູນລະຫວ່າງສິດທິໃນການສື່ສານຢ່າງເສຣີ (‘ສິດເສຣີພາບໃນການປາກເວົ້າ’) ແລະສິດທິໃນການດຳລົງຊີວິດຢຸ່ຢ່າງປາສຈາກຄວາມກຽດຊັງເຊື້ອຊາດຜິວພັນ. ບາງພຶດຕິກຳອາດຈະບໍ່ຖືວ່າຜິດກົດໝາຍ ຖ້າຫາກວ່າການກະທຳເຫຼົ່ານັ້ນແມ່ນ “ເຮັດຂຶ້ນຢ່າງສົມເຫດສົມຜົນແລະຢ່າງຊື່ສັດຈິງໃຈ”.
ການແບ່ງແຍກເຊື້ອຊາດຜິວພັນເກີດຂຶ້ນເມື່ອບຸກຄົນຜູ້ໜຶ່ງຖືກປະພຶດໃສ່ແບບຕ່ຳຕ້ອຍກວ່າອີກຄົນໜຶ່ງທີ່ຢູ່ໃນສະພາບການຄ້າຍຄືກັນຍ້ອນວ່າຂະເຈົ້າມີເຊື້ອຊາດ, ສີຜິວ, ເຊື້ອສາຍ, ສັນຊາດຫຼືຊົນເຜົ່າ ຫຼື ການທີ່ມີຖານະເປັນຜູ້ຍົກຍ້າຍຖິ່ນຖານເຂົ້າມາ ເຊັ່ນວ່າຖືກປະຕິເສດບໍ່ເຊົ່າເຮືອນໃຫ້ຄົນຜູ້ໜຶ່ງຍ້ອນວ່າລາວມີປະຫວັດເປັນຄົນເຊື້ອຊາດໃດໜຶ່ງຫຼືສີຜິວໃດໜຶ່ງ.
ການແບ່ງແຍກເຊື້ອຊາດອາດເກີດຂຶ້ນໄດ້ເຊັ່ນກັນເມື່ອມີການອອກກົດລະບຽບຫຼືນະໂຍບາຍທີ່ຄືກັນສຳລັບທຸກຄົນແຕ່ວ່າມີຜົນກະທົບອອກໃນດ້ານບໍ່ຍຸຕິທຳຕໍ່ກຸ່ມຄົນທີ່ມີປະຫວັດເຊື້ອຊາດ/ຊົນເຜົ່າໃດໜຶ່ງ.
ຖ້າທ່ານປະສົບເຫດການແບ່ງແຍກຫຼືກຽດຊັງເຊື້ອຊາດ ທ່ານສາມາດຍື່ນຄຳຮ້ອງຮຽນຂຶ້ນໄປຫາຄະນະກຳມາທິການສິດທິມະນຸດແຫ່ງປະເທດອອສເຕຣເລັຍໄດ້. ຂັ້ນຕອນການຍື່ນຄຳຮ້ອງຮຽນນັ້ນເປັນແບບງ່າຍໆ, ຟຣີ ແລະ ບໍ່ເຄັ່ງຄັດ.
ເພື່ອຍື່ນຄຳຮ້ອງຮຽນກັບຄະນະກຳມາທິການສິດທິມະນຸດ ແຫ່ງປະເທດອອສເຕຣເລັຍ, ຈົ່ງເຂົ້າໄປເບິ່ງ ທີ່ www.humanrights.gov.au/complaints
ບໍລິການຂໍ້ມູນແຫ່ງຊາດ
ບໍລິການຂໍ້ມູນຂ່າວສານແຫ່ງຊາດຂອງຄະນະ ກຳມາທິການສິດທິມະນຸດແຫ່ງອອສເຕຣເລັຍ(NIS) ໃຫ້ຂໍ້ມູນແລະການສົ່ງຕໍ່ ສຳລັບບຸກຄົນ, ອົງການຈັດຕັ້ງ ແລະ ຜູ້ຈ້າງງານກ່ຽວກັບບັນຫາສິດທິມະນຸດ ແລະ ການ ຈຳແນກຕ່າງໆ. ບໍລິການນີ້ແມ່ນບໍ່ເສັຍຄ່າແລະເປັນຄວາມລັບ.
NIS ສາມາດ:
- ໃຫ້ຂໍ້ມູນກ່ຽວກັບສິດທິແລະຄວາມຮັບຜິດຊອບຂອງທ່ານພາຍໃຕ້ສິດທິມະນຸດຂອງລັດຖະບານກາງແລະກົດໝາຍ ຕ້ານການຈຳແນກ
- ປຶກສາຫາລືວ່າທ່ານສາມາດຮ້ອງທຸກຕໍ່ຄະນະ ກຳມະການ ຫຼືວ່າກົດໝາຍ ອາດຈະນຳໃຊ້ກັບສະຖານະການຂອງທ່ານໄດ້ແນວໃດ
- ໃຫ້ຂໍ້ມູນແກ່ທ່ານກ່ຽວກັບວິທີການຮ້ອງຮຽນ, ຕອບສະ ໜອງ ຕໍ່ ຄຳຮ້ອງທຸກ ຫຼື ການຈັດການກັບບັນຫາການ ຈຳ ແນກໂດຍສະເພາະ
- ສົ່ງທ່ານໄປຫາອົງກອນອື່ນທີ່ອາດຈະຊ່ວຍທ່ານໄດ້
ກະລຸນາຮັບຊາບວ່າ NIS ບໍ່ສາມາດໃຫ້ຄຳແນະນຳ ດ້ານກົດ ໝາຍ.
ທ່ານສາມາດຕິດຕໍ່ NIS ໂດຍ:
- ໂທລະສັບ: 1300 656 419 ຫຼື 02 9284 9888
- ອີເມລ໌: infoservice@humanrights.gov.au
- ແຟັກຊ໌: 02 9284 9611
- National Relay Service: 1300 555 727 (ເວົ້າແລະຟັງ) ຫລື ອິນເຕີເນັດ-relay.nrscall.gov.au
ບໍລິການແປເອກກະສານ ແລະ ແປພາສາ
ບໍລິການແປເອກກະສານ ແລະ ແປພາສາ (TIS National) ແມ່ນການບໍລິການແປພາສາ ສຳລັບຄົນທີ່ບໍ່ເວົ້າພາສາອັງກິດ. ການບໍລິການແຫ່ງຊາດສ່ວນໃຫຍ່ຂອງ TIS ແມ່ນບໍ່ເສັຍຄ່າສຳລັບຜູ້ທີ່ບໍ່ແມ່ນຄົນເວົ້າພາສາອັງກິດ.
- ໂທລະສັບ: 131 450
- ເຂົ້າເບິ່ງທີ່: www.tisnational.gov.au
ການໃຫ້ ຄຳ ປຶກສາຫາລື ແລະ ຄວາມຢູ່ດີ ຂອງ ສຸຂະພາບຈິດ
ບໍລິການສະໜັບສະໜູນ ໃໝ່ 24/7 ທີ່ຖືກອອກແບບໂດຍສະເພາະເພື່ອຊ່ວຍເຫຼືອປະຊາຊົນໂດຍຜ່ານການລະບາດຂອງ ໂຣກ COVID-19 ແມ່ນມີໃຫ້ແກ່ຊາວອອສເຕຣລຽນທຸກຄົນໂດຍບໍ່ຄິດຄ່າໃດໆ.
ບໍລິການສະໜັບ ສະໜູນນີ້ ສາມາດເຂົ້າເບິ່ງໄດ້ໂດຍຜ່ານເວບໄຊຕ໌ https://coronavirus.be beyondblue.org.au/
ສຳ ລັບວິກິດການສ່ວນຕົວແລະການບໍລິການສະ ໜັບສະໜູນ ສຸຂະພາບຈິດ ທ່ານສາມາດຕິດຕໍ່ Beyond Blue ໄດ້ທີ່ໝາຍເລກ 1800 512 348 ຫຼື Lifeline ຕາມໝາຍເລກ 13 11 14 ທຸກເວລາ.
Kids Helpline ແມ່ນບໍລິການຟຣີ ສຳລັບຊາວ ໜຸ່ມ ອາຍຸ 5-25 ປີ. ເດັກນ້ອຍ, ວັຍລຸ້ນ ແລະ ຜູ້ໃຫຍ່ວັຍໜຸ່ມ ສາມາດໂທຫາໝາຍເລກ 1800 551 800 ໄດ້ທຸກເວລາ.