ສຳລັບບຸກຄົນແລະຄອບຄົວ
ຫ້າມບໍ່ໃຫ້ມີການໄລ່ທີ່
ການໄລ່ທີ່ຈະຕ້ອງໂຈະໄວ້ເປັນເວລາຫົກເດືອນຕາມນະໂຍບາຍຂອງລັດຖະບານປະຈຳລັດແລະເຂດປົກຄອງພິເສດ. ເຈົ້າຂອງເຮືອນແລະຜູ້ເຊົ່າຖືກສົ່ງເສີມໃຫ້ເຈລະຈາກັນເລື່ອງຂໍ້ສັນຍາປີກຍ່ອຍກັນໃນລະຍະສັ້ນ. ໃຫ້ສອບຖາມກັບລັດຖະບານປະຈຳລັດແລະເຂດປົກຄອງພິເສດຂອງທ່ານ ເພື່ອຂໍລາຍລະອຽດເພີ່ມເຕີມ.
ທາງເລືອກອັດຕາການເບີກສຳລັບຜູ້ອອກກິນບຳນານ
ເງື່ອນໄຂຂັ້ນຕ່ຳສຸດໃນການເບີກສຳລັບຜູ້ກິນເງິນບຳນານຈາກເງິນຊຸບເປີ ຫຼື ລະບົບຄ້າຍຄືກັນ ໄດ້ຖືກຫຼຸດລົງ 50% ສຳລັບປີລາຍໄດ້ 2019-20 ແລະ 2020-21 ເພື່ອຊ່ວຍບັນເທົາການເສັຍດຸນຢ່າງໃຫຍ່ຫຼວງຂອງຕະຫຼາດການເງິນເຊິ່ງເກີດຂຶ້ນຍ້ອນການແພ່ລະບາດຂອງ COVID-19.
ສຳລັບລາຍລະອຽດເພີ່ມເຕີມ, ໃຫ້ເຂົ້າໄປເບິ່ງທີ່ www.ato.gov.au/drawdown
ການຈ່າຍເງິນ JobKeeper
ເງິນເບັ້ຍລ້ຽງ JobKeeper ຂອງລັດຖະບານນັ້ນແມ່ນເງິນອຸດໜູນຊົ່ວຄາວສຳລັບທຸລະກິດທີ່ຖືກກະທົບຢ່າງໃຫຍ່ຫຼວງຈາກໂຄໂຣນາໄວຣັສ (COVID-19).
ບັນດານາຍຈ້າງທີ່ຕົກເຂົ້າເງື່ອນໄຂ, ຜູ້ຄ້າຂາຍທີ່ເປັນເຈົ້າຂອງແຕ່ພຽງຜູ້ດຽວ ແລະ ນິຕິບຸກຄົນອື່ນໆ ໄດ້ສາມາດຍື່ນຂໍເອົາເງິນເບັ້ຍລ້ຽງ JobKeeper ໃຫ້ບັນດາພະນັກງານທີ່ມີສິດຂອງຕົນໄດ້. ເບັ້ຍລ້ຽງດັ່ງກ່າວ ໄດ້ຖືກຈ່າຍຍ້ອນຫຼັງໃຫ້ນາຍຈ້າງຫຼັງຈາກທີ່ນາຍຈ້າງໄດ້ຈ່າຍເງິນອອກໄປແລ້ວທຸກໆເດືອນ ໂດຍ ATO.
ບັນດາທຸລະກິດໄດ້ສາມາດລົງທະບຽນຂໍເບັ້ຍລ້ຽງ JobKeeper ໄດ້ໂດຍຜ່ານປະຕູສະເພາະຂອງເວັບໄຊ້ທຸລະກິດຂອງ ATO, ເຂົ້າບໍລິການທາງອອນລາຍນ໌ຂອງ ATO ໂດຍໃຊ້ myGov ຖ້າເຂົາເຈົ້າໄດ້ແມ່ນທຸລະກິດທີ່ເປັນເຈົ້າຂອງແຕ່ພຽງຜູ້ດຽວ, ຫຼືຜ່ານເອເຢັ່ນດ້ານພາສີ ຫຼື ເອເຢັ່ນ BAS ທີ່ລົງທະບຽນ.
ສຳລັບຂໍ້ມູນ ກ່ຽວກັບເງິນເບັ້ຍລ້ຽງ JobKeeper ຂໍໃຫ້ເຂົ້າໄປເບິ່ງທີ່ www.ato.gov.au/JobKeeper.
ໂຄງການ ສົ່ງເສີມສ້າງວຽກງານຊາວໜຸ່ມ (JobMaker Hiring Credit)
ແມ່ນນະໂຍບາຍລິເລີ່ມເພື່ອໃຫ້ທຸລະກິດຈ້າງພະນັກງານຊາວໜຸ່ມອາຍຸ 16-35 ປີທີ່ຊອກວຽກໃຫ້ຫຼາຍຂຶ້ນຕື່ມ.
ນາຍຈ້າງທີ່ຕົກເຂົ້າເງື່ອນໄຂສາມາດໄດ້ຮັບເບັ້ຍລ້ຽງ JobMaker Hiring Credit ສຳລັບພະນັກງານແຕ່ລະຄົນທີ່ຕົກເຂົ້າເງື່ອນໄຂ ທີ່ທາງທຸລະກິດໄດ້ຈ້າງເຮັດວຽກໃນລະຫວ່າງ ວັນທີ 7 ຕຸລາ 2020 ຫາ ວັນທີ 6 ຕຸລາ 2021.
ໃຫ້ເຂົ້າໄປເບິ່ງ www.ato.gov.au/jobmakerhiringcredit ສຳລັບຂໍ້ມູນເພີ່ມເຕີມ
ຮັກສາລະບົບໃຫ້ປອດໄພແລະຍຸຕິທຳ
ໃຫ້ລະມັດລະວັງການຕົວະຕົ້ມທີ່ພະຍາຍາມຍົວະໃຫ້ທ່ານຈ່າຍເງິນຫຼືເປີດເຜີຍຂໍ້ມູນສ່ວນຕົວຂອງທ່ານ.
ຕາມປົກກະຕິ ນັກຕົວະຕົ້ມຈະປອມຕົວວ່າໂຕເອງມາຈາກອົງການຕ່າງໆທີ່ໄວ້ໃຈໄດ້, ເຊັ່ນຫ້ອງການພາສີແຫ່ງຊາດ (ATO). ຖ້າທ່ານຮູ້ສຶກບໍ່ໝັ້ນໃຈວ່ານັ້ນເປັນການພົວພັນຈາກ ATO ທີ່ແທ້ຈິງຫຼືບໍ່ນັ້ນ, ຢ່າຕອບຄືນໄປ. ທ່ານສາມາດໂທລະສັບຫາສາຍດ່ວນຕ້ານການຕົວະຕົ້ມຂອງ ATO ທີ່ເລກໂທ 1800 008 540 ຫຼືເຂົ້າໄປທີ່ www.ato.gov.au/scams ສຳລັບຂໍ້ມູນເພີ່ມເຕີມ.
ການຈ່າຍເງິນ ແລະ ການບໍລິການຕ່າງໆ ຂອງລັດຖະບານ
Services Australia ອາດຈະຊ່ວຍທ່ານໄດ້ທາງດ້ານການເງິນເຖິງແມ່ນວ່າທ່ານບໍ່ໄດ້ຮັບການຈ່າຍເງິນ Centrelink ແລ້ວກໍຕາມ. ທ່ານບໍ່ຈຳເປັນຕ້ອງໄປສູນບໍລິການ. ທ່ານສາມາດໃຊ້ຕົວເລືອກການບໍລິການດ້ວຍຕົນເອງຂອງພວກເຮົາ. ນອກຈາກນີ້ ທ່ານຍັງສາມາດເຂົ້າຫາພະນັກງານສັງຄົມສົງເຄາະໄດ້. ຖ້າທ່ານເປັນລູກຄ້າຢູ່ແລ້ວ, ມີການປ່ຽນແປງກ່ຽວກັບການຈ່າຍເງິນແລະການບໍລິການຂອງພວກເຮົາຍ້ອນການຕິດເຊື້ອໄວຣັສ coronavirus (COVID-19). ສຳລັບຂໍ້ມູນເພີ່ມເຕີມໃນຫລາຍພາສາໃຫ້ໄປທີ່ servicesaustralia.gov.au/covid19