ສຳລັບທຸລະກິດ
ນະໂຍບາຍການຈ່າຍເງິນຮັກສາວຽກໄວ້ (Jobkeeper)
ການຈ່າຍເງິນ Jobkeeper ຂອງລັດຖະບານນັ້ນແມ່ນເງິນອຸດໜູນຊົ່ວຄາວ ສຳລັບທຸລະກິດທີ່ໄດ້ຮັບຜົນກະທົບຢ່າງຫຼວງຫຼາຍຈາກໂຣກໂຄໂຣນາໄວຣັສ (COVID-19).
ບັນດານາຍຈ້າງ, ຂາຍຄົນດຽວ ແລະ ນິຕິບຸກຄົນ ອື່ນໆ ທີ່ມີສິດໄດ້ຮັບໄດ້ສາມາດຍື່ນຂໍ ເພື່ອໄດ້ຮັບການຈ່າຍເງິນ JobKeeper ສຳລັບບັນດາພະນັກງານທີ່ມີສິດໄດ້ຮັບຂອງພວກເຂົາ. ເບັ້ຍລ້ຽງດັ່ງກ່າວ ໄດ້ຖືກຈ່າຍຍ້ອນຫຼັງໃຫ້ນາຍຈ້າງຫຼັງຈາກທີ່ນາຍຈ້າງໄດ້ຈ່າຍເງິນອອກໄປແລ້ວທຸກໆເດືອນ ໂດຍ ATO.
ບັນດາທຸລະກິດໄດ້ສາມາດລົງທະບຽນ ສຳລັບການຈ່າຍເງິນ JobKeeper ໂດຍຜ່ານ ATO's Business Portal, ໃນບໍລິການອອນໄລນ໌ ATO ໂດຍໃຊ້ myGov ຖ້າວ່າເຂົາເຈົ້າໄດ້ແມ່ນທຸລະກິດທີ່ເປັນເຈົ້າຂອງແຕ່ພຽງຜູ້ດຽວ, ຫຼື ຫຼືຜ່ານເອເຢັ່ນດ້ານພາສີ ຫຼື ເອເຢັ່ນ BAS ທີ່ລົງທະບຽນ.
ສຳລັບຂໍ້ມູນກ່ຽວກັບເງິນເບັ້ຍລ້ຽງ JobKeeper ຈົ່ງ ເຂົ້າໄປທີ່ www.ato.gov.au/JobKeeper.
ຮັບປະກັນການໝູນເງິນສົດເພື່ອຈ່າຍຄ່າບິລແລະເງິນເດືອນ
ທຸລະກິດທີ່ມີສິດໄດ້ຮັບແລະອົງການບໍ່ຫວັງຜົນກຳໄລ (NFP) ທີ່ຈ້າງພະນັກງານຈະໄດ້ຮັບປະລິມານກະແສເງິນສົດໃນລະຫວ່າງ $20,000 ເຖິງ $100,000 ໂດຍການຍື່ນໃບລາຍງານກິດຈະກຳເປັນລາຍເດືອນແລະລາຍໄຕຣມາດຂອງພວກເຂົາ ຈາກ ເດືອນມີນາ 2020 ເຖິງເດືອນກັນຍາ 2020.
ຊອກຮູ້ເພີ່ມເຕີມ:
ກຸ່ມນັກຮຽນຝຶກວຽກແລະກຸ່ມຝຶກງານ
ລັດຖະບານສົ່ງເສີມການພັດທະນາຢ່າງຕໍ່ເນື່ອງຂອງລະບົບແຮງງານທີ່ມີທັກສະຂອງອອສເຕຣເລັຍແລະຊ່ວຍທຸລະກິດທີ່ມີສິດໄດ້ຮັບການຊ່ວຍເຫຼືອນີ້ໃຫ້ສາມາດຮັກສາກຸ່ມນັກຮຽນຝຶກວຽກແລະພວກຝຶກງານໄວ້ໃຫ້ໄດ້ ໂດຍການຊ່ວຍ 50 ເປີເຊັນຂອງເງິນເດືອນ ເປັນຈຳນວນສູງສຸດຮອດ $21,000.
ທ່ານສາມາດເຂົ້າໄປເອົາຂໍ້ມູນເພີ່ມເຕີມໄດ້ທີ່:
ສິນເຊື່ອແລະເງິນກູ້
ພາຍໃຕ້ໂຄງການຮັບປະກັນ SME ໄວຣັສໂຄໂຣນາແບບໃໝ່ ທ່ານອາດຈະສາມາດຂໍຢືມເງິນໄດ້ເພີ່ມຈາກແຫຼ່ງທີ່ອອກເງິນກູ້ເພື່ອຊ່ວຍເຫຼືອອູ້ມຊູທ່ານໃນລະຍະຫຼາຍໆເດືອນທີ່ຈະມາເຖິງນີ້.
ລັດຖະບານຈະຄ້ຳປະກັນ 50 ເປີເຊັນໃຫ້ກັບແຫຼ່ງອອກເງິນກູ້ SME ສຳລັບເງິນກູ້ໃໝ່ແບບບໍ່ຮັບປະກັນເພື່ອນຳເອົາມາໃຊ້ເປັນເງິນທຶນໃນການດຳເນີນກິດຈະການ.
ນອກນີ້ ລັດຖະບານຍັງຈະສະໜອງໃຫ້ມີການຍົກເວັ້ນຈາກພັນທະການອອກເງິນກູ້ທີ່ຕ້ອງຮັບຜິດຊອບ ສຳລັບຜູ້ອອກເງິນກູ້ທີ່ອອກບັດສິນເຊື່ອໃຫ້ແກ່ລູກຄ້າທີ່ດຳເນີນທຸລະກິດນ້ອຍໃນປັດຈຸບັນ.
ການຍົກເວັ້ນນີ້ຈະມີຜົນຫົກເດືອນແລະຈະສາມາດນຳໃຊ້ໄດ້ກັບການອອກສິນເຊື່ອໃດໆເພື່ອຈຸດປະສົງໃນການດຳເນີນທຸລະກິດ, ລວມເຖິງການອອກສິນເຊື່ອໃໝ່, ການເພີ່ມວົງເງິນຈຳກັດສິນເຊື່ອແລະການປ່ຽນແປງປະເພດແລະປັບປ່ຽນໂຄງສ້າງຂອງສິນເຊື່ອ.
ການອູ້ມຊູຂົງເຂດແລະຂະແໜງຕ່າງໆ
ລັດຖະບານໄດ້ຮັກສາເງິນຈຳນວນ $1 ພັນລ້ານໄວ້ຕ່າງຫາກເພື່ອອູ້ມຊູບັນດາຊຸມຊົນ, ຂົງເຂດ ແລະ ອຸດສາຫະກຳ ທີ່ຖືກກະທົບຢ່າງໜັກທີ່ສຸດຈາກການລະບາດຂອງໄວຣັສໂຄໂຣນາ. ເງິນອຸປະຖຳເຫຼົ່ານີ້ຈະມີໄວ້ໃຫ້ເພື່ອຊ່ວຍເຫຼືອໃນລະຫວ່າງການແພ່ລະບາດແລະເພື່ອຊ່ວຍໃນການຟື້ນຟູ. ນອກຈາກນີ້, ລັດຖະບານກໍໄດ້ຊ່ວຍອຸດສາຫະກຳການບິນໂດຍຜ່ານການຊ່ວຍເຫຼືອເປັນຊຸດລາຍການ ເຖິງ $715 ລ້ານ.
ມາດຕະການຊົ່ວຄາວດ້ານແຜນການສ້າງວຽກງານ (JobMaker Plan) ເພື່ອອູ້ມຊູທຸລະກິດ
ໂດຍຖືວ່າເປັນພາກສ່ວນໜຶ່ງຂອງງົບປະມານປີ 2020–21, ລັດຖະບານກຳລັງນຳໃຊ້ມາດຕະການຫຼາຍຢ່າງເພື່ອຊ່ວຍທຸລະກິດໃຫ້ຟື້ນຟູຈາກຜົນກະທົບຂອງການລະບາດຂອງໂຄໂຣນາໄວຣັສ (COVID-19).
ມາດຕະການເຫຼົ່ານີ້ແມ່ນກ່ຽວຂ້ອງກັບການຂໍຫຼຸດພາສີ, ຫຼຸດຜ່ອນຄ່າໃຊ້ຈ່າຍ, ແລະຕີລາຄາຫຼຸດມູນຄ່າຂອງຊັບສິນໃນເວລາຈ່າຍພາສີ. ສິ່ງເຫຼົ່ານີ້ຈະຊ່ວຍອູ້ມຊູທຸລະກິດໃຫ້ຂ້າມຜ່ານຊ່ວງທີ່ມີຜົນກະທົບດ້ານເສດຖະກິດເນື່ອງຈາກ COVID-19 ສຳລັບ ປີງົບປະມານ 2020–21 ແລະ 2021–22.
ມາດຕະການເຫຼົ່ານີ້ລວມເຖິງ:
- ໂຄງການສົ່ງເສີມສ້າງວຽກງານຊາວໜຸ່ມ (JobMaker Hiring Credit)
- ການຂໍຫຼຸດມູນຄ່າຊັບສິນແບບເຕັມສ່ວນ (Temporary full expensing)
- ການແຈ້ງຫຼຸບທຶນໂດຍຂໍເງິນພາສີຄືນຈາກປີກ່ອນ (Loss carry back)
- ການສະໜັບສະໜູນການລົງທຶນໃນການເຮັດທຸລະກິດ – ເລັ່ງແຈ້ງຫຼຸດມູນຄ່າຊັບສິນ (Backing business investment – accelerated depreciation
- ການຂໍຫຼຸດມູນຄ່າຊັບສິນເປັນເງິນກ້ອນ (Instant asset write-off)
- ເພີ່ມຈຳນວນເງິນຕ່ຳສຸດຂອງທຸລະກິດນ້ອຍ (Increasing the small business entity turnover threshold)