ສຸຂະພາບ
ຂໍ້ມູນດ້ານສຸຂະພາບ
ຖ້າທ່ານມີອາການຮ້າຍແຮງເຊັ່ນຫາຍໃຈຍາກ, ໃຫ້ໂທເລກ 000 ເພື່ອຂໍຄວາມຊ່ວຍເຫຼືອຈາກແພດໂດຍດ່ວນ.
ອາການຕ່າງໆຂອງ ໂຄໂຣນາໄວຣັສ ມີດັ່ງນີ້:
- ເປັນໄຂ້
- ໄອ
- ເຈັບຄໍ
- ຫາຍໃຈຝຶດ.
ອາການອື່ນໆອາດມີ ຂີ້ມູກຍ້ອຍ, ເຈັບຫົວ, ປວດຕາມກ້າມເນື້ອແລະຂໍ່, ປວດຮາກ, ຖອກທ້ອງ, ຮາກ, ບໍ່ຮູ້ກິ່ນ, ລົດຊາດໃນການກິນອາຫານປ່ຽນໄປ, ກິນເຂົ້າບໍ່ແຊບ ແລະ ເມື່ອຍອ່ອນເພັຍ.
ຖ້າທ່ານຮູ້ສຶກບໍ່ສະບາຍແລະຄຶດວ່າທ່ານອາດຈະມີເຊື້ອໂຄໂຣນາໄວຣັສ, ໃຫ້ຂໍຄວາມຊ່ວຍເຫຼືອຈາກແພດ.
ທ່ານສາມາດໂທຫາສາຍຊ່ວຍເຫຼືອແຫ່ງຊາດດ້ານໂຄໂຣນາໄວຣັສ ທີ່ເລກໂທ 1800 020 080 ເພື່ອຂໍເອົາຂໍ້ມູນເພີ່ມເຕີມ. ຖ້າທ່ານຕ້ອງການຄວາມຊ່ວຍເຫຼືອຈາກນາຍພາສາເປັນພາສາຂອງທ່ານ, ກະລຸນາໂທເລກ 131 450.
ເວັບໄຊ້ຂອງກະຊວງສາທາຣະນະສຸກ (Department of Health’s website) ມີຂໍ້ມູນຢ່າງກວ້າງຂວາງໄວ້ໃຫ້ເປັນພາສາອື່ນໆທີ່ບໍ່ແມ່ນພາສາອັງກິດ (languages other than English) ເພື່ອຊ່ວຍປະຊາຊົນໃຫ້ຢູ່ຢ່າງປອດໄພແລະຫຼຸດຜ່ອນຄວາມສ່ຽງຕໍ່ສັງຄົມ.
ທ່ານສາມາດເບິ່ງຂໍ້ມູນເພີ່ມເຕີມທີ່ເປັນພາສາຕ່າງໆໄດ້ທີ່ www.sbs.com.au/language/coronavirus.
ການກວດຫາ COVID-19 ແລະການປິ່ນປົວ
ເຖິງວ່າທ່ານບໍ່ມີວີ່ຊ່າ, ຫຼືບໍ່ໝັ້ນໃຈວ່າວີ່ຊ່າຂອງທ່ານຢູ່ໃນຖານະໃດ, ທ່ານກໍຍັງຕ້ອງປະຕິດບັດຕາມຄຳສັ່ງຈາກທາງການສາທາຣະນະສຸກ. ຖ້າທ່ານຮູ້ສຶກບໍ່ສະບາຍແລະມີອາການດັ່ງກ່າວຂ້າງເທິງ, ເຖິງວ່າຈະເບົາບາງພຽງໃດກໍຕາມ, ທ່ານຕ້ອງໄປຫາໝໍແລະໄປກວດຫາເຊື້ອ COVID-19.
ຊອກຫາຄລີນິກດ້ານລະບົບຫາຍໃຈ COVID-19 (COVID-19 respiratory clinic) ທີ່ໃກ້ທ່ານທີ່ສຸດ.
ຢູ່ຢ່າງປອດໄພ
- ໃຫ້ປະຕິບັດສຸຂະອະນາໄມທີ່ດີຢູ່ສະເໝີ, ລ້າງມືດ້ວຍສະບູແລະນ້ຳຢ່າງນ້ອຍ 20 ວິນາທີ, ປິດປາກໄວ້ເວລາໄອ, ຫຼີກເວັ້ນການຈັບບາຍຕາ, ດັງແລະປາກຂອງທ່ານ.
- ໃຫ້ຮັກສາລະບົບຢູ່ຫ່າງກັນໃນສັງຄົມຢ່າງນ້ອຍ 1.5 ແມັດເມື່ອຢູ່ນອກບ້ານ.
- ຫຼີກເວັ້ນການທັກທາຍກັນໂດຍຕ້ອງການຊູນຮ່າງກາຍເຊັ່ນ ຈັບມື, ກອດ ແລະ ຈູບ.
- ໃຫ້ລະວັງຂຶ້ນຕື່ມຖ້າທ່ານໃຊ້ລົດໂດຍສານສາທາຣະນະ.
- ໃຫ້ຫຼີກເວັ້ນບ່ອນມີຄົນຫຼາຍແລະບ່ອນທີ່ມີການເຕົ້າໂຮມກັນໃນທີ່ສາທາຣະນະ.
- ຈົ່ງເປັນຄົນທີ່ຮູ້ທັນເຫດການເປັນຢ່າງດີ – ໃຫ້ໃຊ້ແຕ່ແຫຼ່ງຂໍ້ມູນທາງການທີ່ເປັນທີ່ເຊື່ອຖືໄດ້. ໃຫ້ດາວໂຫຼດແອັບທາງມືຖື Coronavirus Australia, ໃຫ້ຈອງເປັນສະມາຊິກຂອງ Coronavirus Australia WhatsApp service, ແລະເຂົ້າໄປເບິ່ງ www.australia.gov.au ສຳລັບຂໍ້ມູນລ່າສຸດ.
ສາຍອູ້ມຊູຜູ້ສູງອາຍຸດ້ານ COVID-19
ສາຍອູ້ມຊູຜູ້ສູງອາຍຸດ້ານ COVID-19 ສະໜອງຂໍ້ມູນ, ໃຫ້ການອູ້ມຊູ ແລະ ພົວພັນກັບຜູ້ສູງອາຍຸຊາວ ອອສເຕຣລຽນ.
ຜູ້ສູງອາຍຸບາງຄົນມີສະພາບອ່ອນແອຕໍ່ COVID-19 ແຕ່ບໍ່ມີອິນເຕີແນັດແລະມີຄວາມຕ້ອງການໃນການເຂົ້າຫາຂໍ້ມູນສຳລັບສະພາບການຂອງເຂົາເຈົ້າ. ສາຍອູ້ມຊູຜູ້ສູງອາຍຸດ້ານ COVID-19 ສະໜອງຂໍ້ມູນແລະໃຫ້ການອູ້ມຊູ.
ບັນດາຜູ້ສູງອາຍຸຊາວອອສເຕຣລຽນ, ຄອບຄົວ, ໝູ່ເພື່ອນແລະຜູ້ດູແລ ຂອງເຂົາເຈົ້າ ສາມາດໂທຣະສັບຟຣີ ຫາເລກ 1800 171 866 ຖ້າວ່າຄົນເຫຼົ່ານັ້ນ:
- ປະສົງຢາກໂອ້ລົມກັບໃຜຜູ້ໜຶ່ງກ່ຽວກັບຂໍ້ຫ້າມຕ່າງໆຂອງ COVID-19 ແລະຜົນກະທົບທີ່ມີຕໍ່ເຂົາເຈົ້າ
- ຮູ້ສຶກປ່ຽວພອຍແລະກັງວົນກ່ຽວກັບຄົນທີ່ຕົນຮັກ
- ດູແລໃຜຜູ້ໜຶ່ງຢູ່ແລະຕ້ອງການຂໍ້ມູນຫຼືຕ້ອງການໂອ້ລົມກັບໃຜຜູ້ໜຶ່ງ
- ຕ້ອງການຄວາມຊ່ວຍເຫຼືອຫຼືຄຳແນະນຳກ່ຽວກັບຄວາມປ່ຽນແປງໃນດ້ານບໍລິການຜູ້ສູງອາຍຸທີ່ເຂົາເຈົ້າໄດ້ຮັບຢູ່
- ຕ້ອງການຄວາມຊ່ວຍເຫຼືອເພື່ອເຂົ້າໃຊ້ບໍລິການດູແລໃໝ່ຫຼືຢາກເຮັດສິ່ງຈຳເປັນເຊັ່ນໄປຊອັບປີ້ງ
- ມີຄວາມເປັນຫ່ວງກ່ຽວກັບຕົນເອງ, ໝູ່ເພື່ອນຫຼືສະມາຊິກຄອບຄົວທີ່ເປັນໂຣກຄວາມຈຳເສື່ອມ
- ປະສົງຢາກຈັດໃຫ້ມີຄົນມາຢ້ຽມຢາມຄັ້ງໜຶ່ງຫຼືມາແບບປະຈຳເພື່ອຕິດຕາມເບິ່ງຄວາມຢູ່ດີສຳລັບຕົນເອງ, ຫຼືຄົນອື່ນ.
ຜູ້ສູງອາຍຸຊາວອອສເຕຣລຽນ, ຍາດພີ່ນ້ອງ, ຜູ້ດູແລ, ໝູ່ເພື່ອນ ຫຼື ຜູ້ອູ້ມຊູເຂົາເຈົ້າ ສາມາດໂທຫາ ເລກ 1800 171 866 ຈາກ 8.30 ໂມງເຊົ້າ – 6ໂມງແລງ AEST ໃນມື້ເຮັດການ ເພື່ອຂໍເອົາຂໍ້ມູນໃດໆຫຼືບໍລິການທີ່ເຂົາເຈົ້າອາດຕ້ອງການ.