ວີ່ຊ່າ ແລະ ພົມແດນ
ຈຳກັດການເດີນທາງ
ໄດ້ມີການອອກກົດລະບຽບຫ້າມເດີນທາງເພື່ອປ້ອງກັນບໍ່ໃຫ້ ຜູ້ທີ່ບໍ່ແມ່ນຄົນສັນຊາດອອສເຕຣລຽນແລະຜູ້ທີ່ບໍ່ມີສິດຢູ່ຢ່າງຖາວອນເຂົ້າມາປະເທດອອສເຕຣເລັຍ.
ບຸກຄົນທີ່ຖືກຍົກເວັ້ນຈາກກົດລະບຽບການຫ້າມເດີນທາງລວມມີ ຄົນໃນຄອບຄົວໃກ້ຊິດໂດຍກົງຂອງຄົນສັນຊາດອອສເຕຣລຽນ ແລະ ຜູ້ທີ່ມີສິດຢູ່ໄດ້ຖາວອນ ຄົນກຸ່ມດັ່ງກ່າວລວມມີ ຜົວເມັຍ, ລູກໆພາຍໃຕ້ອຸປະກາລະ, ຜູ້ດູແລເດັກທີ່ຖືກຕ້ອງຕາມກົດໝາຍ ແລະ ຜູ້ທີ່ມີຖານະຢູ່ຮ່ວມກັນສັນຜົວເມັຍ. ຫຼັງຈາກມາຮອດອອສເຕຣເລັຍແລ້ວ, ຜູ້ເດີນທາງທຸກຄົນຕ້ອງຖືກກັກບໍລິເວນຈົນຄົບເວລາ 14 ມື້.
ຂໍ້ມູນສຳລັບຜູ້ຖືວິີຊ່າຊົ່ວຄາວ
ຜູ້ຖືວີຊ່າທຸກຄົນທີ່ມີຈຸດປະສົງຢາກຢູ່ໃນອອສເຕຣເລັຍຕໍ່ ເກີນຈາກກຳນົດວີຊ່າອັນປັດຈຸບັນຂອງຕົນ ຕ້ອງໄດ້ຍື່ນຂໍຕໍ່ວີຊ່າ. ຜູ້ຖືວີຊ່າດັ່ງກ່າວຕ້ອງຄົ້ນຄວ້າເບິ່ງທາງເລືອກຕ່າງໆຂອງວີຊ່າເພື່ອຈະໄດ້ຂໍເອົາວີຊ່າທີ່ມີເງື່ອນໄຂທີ່ສອດຄ່ອງກັບສະພາບການຂອງຕົນແລະໃຫ້ສອບຖາມເບິ່ງວ່າຕົນມີສິດທີ່ຈະຍື່ນຂໍວີຊ່າແບບດັ່ງກ່າວນັ້ນບໍ.
ຖ້າທ່ານຕ້ອງການຊາບຂໍ້ມູນຕື່ມກ່ຽວກັບການຈຳກັດການເດີນທາງແລະການຂໍວີຊ່າ, ຂໍໃຫ້ເຂົ້າໄປເບິ່ງທີ່ covid19.homeaffairs.gov.au